ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ປາຖະກະຖາວັນຊາດ
ແລະ ວັນເກີດ ປະທານ ໄກສອນ ພົມວິຫານ


     ວັນທີ 12 ທັນວາ 2023 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ປາຖະກະຖາວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ
(2 ທັນວາ 1975-2 ທັນວາ 2023) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ( 13 ທັນວາ 1920-13
ທັນວາ 2023), ໂດຍການເປັນ ປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກ
ກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ກຳມະການຄະນະປະຈຳພັກອົງ
ການ ຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງການເມືອງຫ້ອງວ່າການ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ,
ຄະນະອຳນວຍການລັດວິສາຫະກິດ, ກົມກອງ ອ້ອມຂ້າງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

     ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ເລົ່າຄືນມູນເຊື້ອ ແລະ ຄວາມໝາຍຄວາມສຳຄັນ ຂອງ ວັນຊາດ ຄົບຮອບ 48 ປີ ແຫ່ງ
ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ເຊິ່ງຊາດລາວ ເປັນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານຫຼາຍພັນປີ, ມີ
ມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານ ການຮຸກຮານຂອງສັດຕູພາຍນອກ ແລະ ສ້າງສາພັດທະນາປະເທດຊາດ, ປະຊາຊົນລາວ
ບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການ
ຄອບຄອງຂອງຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍ ປະເທດຊາດຢ່າງມີໄຊ ແລະ ສະຖາປະນາ ສາ
ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ລັດປະຊາທິປະໄຕປະຊາຊົນ ແມ່ນ
ລັດທີ່ເກີດຈາກການຕໍ່ສູ້ ເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າ, ລັດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອ
ປະຊາຊົນ. ເຊິ່ງແມ່ນວັນທີ່ມີຄວາມໝາຍສຳຄັນສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ, ແມ່ນ, ວັນແຫ່ງໄຊຊະນະອັນຍິ່ງໃຫຍ່
ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີ ຂອງຊາດລາວ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນ
ເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນ
ສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ. ພ້ອມທັງເລົ່າຄືນຊີວິດ, ການເຄື່ອນໄຫວ ແລະ ຜົນງານ
ການປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເຊິ່ງແມ່ນນັກ ຮັກຊາດຜູ້ຍິ່ງໃຫຍ່, ເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ,
ແມ່ນນັກປະຕິວັດ ຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວ
ພິບອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ ອັນເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳ​ທີ່ແສນເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນລາວ ແລະ
ເປັນວີລະບູລຸດຂອງຊາດລາວ.

     ທັງນີ້ເພື່ອເປັນການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດກຳ
​ໄດ້ເນື້ອໃນ, ຄວາມໝາຍຄວາມສຳຄັນມູນເຊື້ອ 2 ວັນປະຫວັດສາດ ສຳຄັນຂອງຊາດ, ຂອງພັກ ແລະ ເປັນການຮ່ຳຮຽນເອົາແບບຢ່າງຄຸນ
ງາມຄວາມດີ, ຄຸນສົມບັດ, ສິນທຳ​ປະຕິວັດ ຂອງນັກປະຕິວັດຂອງພັກ-ລັດ , ທາດແທ້ມູນເຊື້ອປະຕິວັດ, ບົດຮຽນອັນລ້ຳຄ່າ ແລະ ພ້ອມ
ກັນເສີ່ມສ້າງມູນເຊື້ອຂອງຊາດຂອງພັກ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ແຫຼ່ງຂ່າວໂດຍ ອາຄົມ ສີພາລາ
ວັນທີ 18/12/2023